ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼອງ​ວັນ​ໄປສະນີ ແລະ ວັນ​ໂທລະ​ຄົມມະນາຄົມ
​ແຫ່ງ​ຊາດ ຄົບຮອບ
58 ປີ


   ກະຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ (​ກຕສ) ໄດ້​ຈັດພິທີ​ຍ່າງ​ເພື່ອ​ສະເຫຼີມສະຫຼອງ​ວັນ​ໄປສະ ນີ​ແຫ່ງ​ຊາດ ແລະ ວັນ​ໂທລະ​ຄົມມະນາຄົມ​ແຫ່ງ​ຊາດ ຄົບ ຮອບ 58 ປີ (13/3/1965-13/3 2023) ໃນ​ວັນ​ທີ 12 ມີນາ 2023 ນີ້ ທີ່​ສວນ​ປະຕູໄຊນະ ຄອນຫຼວງ​ວຽງ​ຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ບໍ່​ວຽງ ​ຄຳ ວົງ​ດາລາ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ, ມີ​ບັນດາ​ລັດຖະມົນຕີ, ຮອງ​ລັດຖະມົນຕີ, ຫົວໜ້າ​ຫ້ອງການ, ຫົວໜ້າ​ອົງການ ທີ່​ມາ​ຈາກ​ພາກ​ລັດ ແລະ ເອກະ​ຊົນ​ເຂົ້າ​ຮ່ວມ.

    ໃນ​ພິທີ, ທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ໄດ້ກ່າວ​ວ່າ: ຈຸດປະສົງຂອງ​ການ​ເຕົ້າໂຮມ ກໍ​ເພື່ອ​ເປັນ​ການ​ສະເຫຼີມສະຫຼອງວັນ​ສ້າງຕັ້ງ​ໄປສະນີ ແລະ ໂທລະ​ຄົມມະນາ
ຄົມຂອງ ​ສປປ ລາວ ຄົບຮອບ 58 ປີ ຊຶ່ງ​ສອງ​ວັນ​ດັ່ງກ່າວ ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍການ​ໄປສະນີ ແລະ ກົດໝາຍ​ວ່າ​ດ້ວຍ ການ​ໂທລະ​ຄົມມະນາ ຄົມ; ໃນ​ແຕ່​ລະ​ປີ​ຂະແໜງການ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ​ໄດ້​ຈັດ​ໃຫ້​ມີ​ການ​ສະເຫຼີມ ສະຫຼອງ​ສອງ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ດັ່ງກ່າວ ຢ່າງ​ເປັນ​ຂະ​ບວນ ຟົດຟື້ນ​ໃນ​ທົ່ວ​ປະເທດ ພາຍ​ໃຕ້​ຄຳ​ຂວັນ: “ປັບປຸງ​ວຽກ​ງານ​ໄປສະນີ​ໃຫ້​ທັນ​ສະໄໝ, ພັດທະນາ​ວຽກ​ງານ​ໂທລະ​ຄົມມະນາຄົມ ເພື່ອ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ ​ ທົ່ວ​ປະເທດ”. ພາຍ​ໃນ​ກະຊວງ ກໍ​ຄື​ຂະແໜງການ​ທີ່​ກ່ຽວຂ້ອງ ໄດ້​ຈັດ​ຕັ້ງ​ສະເຫຼີມສະ ຫຼອງ ໂດຍ​ໃຫ້​ມີ​ການສຳ​ມະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ທົ່ວ​ປະເທດ ເພື່ອ​ເປັນ​ການ​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດແຜນ​ພັດ​ທະນາ​ເສດຖະກິດ​ດີ​ຈີ​ຕອນ 2021-2025, ຈັດ​ຕັ້ງ​ການ​ເຜີຍແຜ່​ຖະແຫຼງການ​ກ່ຽວ​ກັບ​ວັນ​ດັ່ງ ກ່າວ​ປະຈຳ​ປີ 2023 ແລະ ກິດຈະກຳ​ອື່ນໆ ເພື່ອ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ພາຍ​ໃນ​ຂະແໜງການກັບ​ພາກສ່ວນ​ອື່ນ ແລະ ກິດຈະກຳ​ຍ່າງເພື່ອ​ສຸຂະພາບ​ໃນ​ມື້ນີ້ ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ກິດຈະກຳ​ດັ່ງກ່າວ. ການ​ສະເຫຼີມສະຫຼອງ ວັນ​ໄປສະນີ ແຫ່ງ​ຊາດ ແລະ ວັນ​ໂທລະ​ຄົມມະນາຄົມແຫ່ງ​ຊາດ ໃນ​ປີ​ນີ້ ເປັນ​ການ​ປູກ​ຈິດ​ສຳ ນຶກ ແລະ ຄວາມ​ຮັບ​ຮູ້​ໃຫ້​ແກ່​ທຸກ​ຄົນ​ໃນ​ສັງຄົມ, ເປັນຕົ້ນ​ແມ່ນ ຜູ້​ສ້າງ​ລະບຽບ​ການ ແລະ ຄຸ້ມ​ຄອງ​ໄປສະນີ, ໂທລະ​ຄົມມະນາຄົມ, ຜູ້​ປະກອບ​ການ, ຜູ້​ຄ້າ ຂາຍ​ອອນ​ລາຍ ແລະ ຜູ້​ຊົມໃຊ້​ທັງ ຫຼາຍ ໃຫ້​ເຂົ້າໃຈ​ຢ່າງ​ເລິກເຊິ່ງເຖິງ​ບົດບາດ ແລະ ຄວາມ​ສຳຄັນ​ຂອງ​ວຽກ​ງານ​ໄປສະນີ, ໂທລະ​ຄົມມະ ນາຄົມ​ຕໍ່​ການ​ພັດ ທະນາ​ເສດຖະກິດ-ສັງຄົມ. ພ້ອມ​ກັນ​ນັ້ນ​ກໍ​ເພື່ອ​ພັດທະນາ​ວຽກ​ງານ​ໄປສະນີ, ໂທລະ​ຄົມມະນາຄົມ ໃຫ້​ຊຸກຍູ້​ສົ່ງເສີມ​ການ​ຄ້າ​ອອນ​ລາຍ, ການ​ຜະລິດ​ອຸດສາ ຫະກຳ​ໃນ​ຍຸກ​ດີ​ຈີ​ຕອນ ແລະ ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນທີ່​ກ້າວໜ້າ​ຂອງ​ໂລກ​ເຂົ້າ​ມາ​ປະເທດ​ເຮົາ ເພື່ອ​ປະກອບສ່ວນ​ການ ຈັດຕັ້ງ​ຜັນ​ຂະຫຍາຍ ​ ແຜນ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ​ຂອງ​ປະເທດ​ເຮົາໃຫ້​ປະກົດ​ຜົນ​ເປັນ​ຈິງ.

   ໃນ​ໂອກາດ​ດັ່ງກ່າວ, ທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ຍັງໄດ້ ຮຽກຮ້ອງ​ມາ​ຍັງ​ບັນດາທ່ານ​ທັງຫຼາຍ​ທີ່​ນຳ​ໃຊ້​ການ​ບໍລິການໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້​ ມີ​ຜົນ​ປະໂຫຍດ​ສູງ​ສຸດໃນ​ທຸກໆ​ຂົງເຂດ​ວຽກ​ງານ ແລະ ທົ່ວ​ທຸກ​ຂະແໜງການ​ທັງ​ພາກ​ລັດ ແລະ ເອກະ​ຊົນ ເພື່ອ​ຫັນ​ການ​ຜະລິດ ແລະ ການ​ບໍລິການ​ເຂົ້າ ​ສູ່​ລວງ​ເລິກ, ຍົກ​ສູງ​ສະມັດຖະພາບ​ການ​ຜະລິດ ແລະ ຄຸນ​ນະ​ພາບ​ຂອງ​ຜະລິດ​ຕະ​ພັນ, ຫັນ​ເປັນ​ທັນ​ສະໄໝ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ເພື່ອ​ຈັດ​ຕັ້ງ​ຜັນ​ ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX, ແຜນ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ ແຫ່ງ​ຊາດ 5 ປີ (2021-2025) ແລະ ປະຕິບັດ​ສອງ​ວາລະ​ແຫ່ງ​ຊາດ ໃນ​ການ​ແກ້​ໄຂ​ບັນຫາ​ເສດຖະກິດ-ການ​ເງິນ ແລະ ບັນຫາ​ຢາ​ເສບ​ຕິດ ໃຫ້​ປະກົດ​ຜົນ​ ເປັນ​ຈິງ.

    ແຫຼ່ງທີ່ມາ:ຈັນທະ​ວົງ ອຸ່ນ​ວິໄລ​ຫົງ
ວັນທີ 14/03/2023